ຍິນດີຕ້ອນຮັບສູ່

ລະບົບຂໍ້ມູນເພື່ອຊ່ວຍເຫຼືອປະຊາຊົນພາຍຫຼັງໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຢູ່ ສປປ ລາວ

ລາວຮ່ວມໃຈສັກວັກຊີນ

ອົງການຢູນິເຊັບ ປະຈໍາ ສປປ ລາວ ໄດ້ເຮັດການສອບຖາມເອົາຄວາມຮູ້ສຶກຂອງບັນດາທ່ານທີ່ໄດ້ຮັບວັກຊີນກັນພະຍາດໂຄວິດ-19.

ຮູ້ສຶກຕື່ນເຕັ້ນທີ່ໄດ້ມາຮັບວັກຊີນ (...) ເເຕ່ກໍຮູ້ສຶກປອດໄພຂຶ້ນເພາະວ່າ (...) ເຮົາເດີນທາງດຸ [ຍ້ອນວຽກງານ]. ຢາກບອກໃຫ້ທຸກຄົນ, ບໍ່ວ່າຈະເປັນຄົນທົ່ວໄປ ຫຼື ວ່າເຮັດວຽກດ້ານໃດກໍເເລ້ວເເຕ່, ຕ້ອງເອົາໃຈໃສ່ມາສັກ [ວັກຊີນປ້ອງກັນ ໂຄວິດ-19] ເພື່ອຄວາມປອດໄພຂອງຕົນເອງ ເເລະ ຄອບຄົວ.

ທ່ານ ເເສນສຸລິໄຊ ພຸດດາວົງ

ພະນັກງານອົງການຈັດຕັ້ງສາກົນ

ຮູ້ສຶກດີໃຈ ເເລະ ກໍຮູ້ສຶກຄືກັບວ່າມີອັນໃດທີ່ບໍ່ດີໄດ້ຖືກປົດປ່ອຍອອກໄປ [ຈາກຫ່າງກາຍ] ເເລ້ວ. ຢາກບອກໃຫ້ເຂົາເຈົ້າ [ຜູ້ທີ່ຍັງບໍ່ໄດ້ຮັບການສັກວັກຊີນ] ໃຫ້ມາສັກວັກຊີນເພື່ອຄວາມອຸ່ນໃຈ ເເລະ ປອດໂປ່ງ [ທີ່ໄດ້ຮັບການປ້ອງກັນຈາກ ໂຄວິດ-19].

ທ່ານນາງ ມາລີນີ

ອາຍຸ 90 ປີ

ຂ້ອຍມີສອງເຫດຜົນ ທີ່ເຮັດໃຫ້ຮູ້ສຶກດີໃຈຫຼາຍທີ່ໄດ້ຮັບວັກຊີນ AstraZeneca ເຂັມທໍາອິດ. ໜຶ່ງ, ວັກຊີນນີ້ໄດ້ຜ່ານຂະບວນການຄັດເລືອກເຂົ້າມາຢຸ່ໃນລາຍຊື່ການນໍາໃຊ້ສຸກເສີນແລ້ວ ໝາຍຄວາມວ່າມັນມີຄວາມປອດໄພ ແລະ ມີປະສິດທິຜົນ. ສອງ, ຂ້ອຍແມ່ນໜຶ່ງໃນກຸ່ມບູລິມະສິດ ເນື່ອງຈາກບັນຫາດ້ານສຸຂະພາບຂອງຂ້ອຍ.

ທ່ານ ດຣ Mark Jacobs

ຜູ້ຕາງໜ້າອົງການອະນາໄມໂລກ

ທຸກໆຄົນທີ່ຢູ່ໃນປະເທດລາວກໍຄືຄອບຄົວດຽວກັນໝົດ, ສະນັ້ນ ຂ້າພະເຈົ້າກໍຮູ້ສຶກດີໃຈທີ່ສຸດທີ່ໄດ້ໃຫ້ບໍລິການສັກວັກຊີນ [ໃຫ້ກັບພໍ່ເເມ່ພີ່ນ້ອງປະຊາຊົນລາວ].

ທ່ານນາງ ສົມສຸກ ຄຸນມະນີ

ພະຍາບານ ໂຮງໝໍມິດຕະພາບ

ຮູ້ສຶກດີໃຈທີ່ວ່າການຈັດຕັ້ງ, ເເພດໝໍ ເເລະ ຂັ້ນເທິງໄດ້ເອົາໃຈໃສ່ເປັນຫ່ວງເປັນໃຍນຳຜູ້ເຖົ້າ, ສັກວັກຊີນປ້ອງກັນ [ໂຄວິດ-19] ໃຫ້ຜູ້ເຖົ້າເຂັ້ມເເຂງ.

ທ່ານນາງ ໂນລາ ວົງນະຄອນ

ອາຍຸ 76 ປີ

ຂ້າພະເຈົ້າຮູ້ສຶກດີໃຈທີ່ໄດ້ມາສັກວັກຊີນປ້ອງກັນ ໂຄວິດ-19 ໃຫ້ປະຊາຊົນລາວ ເເລະ ເເພດໝໍທີ່ມີຄວາມສ່ຽງຕໍ່ພະຍາດດັ່ງກ່າວ. ຢາກຝາກບອກຕໍ່ປະຊາຊົນ ຫຼືວ່າ ພະນັກງານຜູ້ທີ່ມີຄວາມສ່ຽງໃຫ້ມາຮັບການສັກວັກຊີນເພື່ອບໍ່ໃຫ້ມີການເເຜ່ລະບາດຂອງພະຍາດ ໂຄວິກ-19.

ທ່ານນາງ ດຣ ຈັນມະນີ ສີຫາພົມ

ໂຮງໝໍເດັກ

ວັກຊີນໂຄວິດ-19 ໃຊ້ໄດ້ຜົນຢ່າງເປັນຕາຕົກໃຈ ແລະ ມັນກໍໄດ້ຊ່ວຍຊີວິດຂອງຫຼາຍຄົນໃນທົ່ວໂລກ. ຂ້ອຍຮູ້ສຶກດີໃຈຫຼາຍທີ່ຄົນລາວ ໄດ້ເຂົ້າເຖິງວັກຊີນທີ່ມີມາດຕະຖານສາກົນ ແລະ ຂ້ອຍເຊື່ອວ່າພວກເຮົາຮ່ວມກັນສາມາດຢຸດຕິການລະບາດທົ່ວໂລກຂອງພະຍາດໂຄວິດ-19.

ທ່ານ Garrett Young

ຜູ້ອໍານວຍການ, ກອງທຶນການເຂົ້າເຖິງການບໍລິການດ້ານສຸຂະພາບຂອງຄລິນເຕິນ ປະຈໍາ ສປປ ລາວ

[ຫຼັງ] ໄດ້ຮັບຂ່າວວ່າວັກຊີນ AstraZeneca ເເມ່ນຈະສັກໃຫ້ຄົນອາຍູ 60 ປີຂຶ້ນໄປ ເເລະ ຜູ້ທີ່ມີພະຍາດປະຈຳໂຕ, [ຂ້າພະເຈົ້າ] ກໍເລີຍຕັດສິນໃຈມາຮັບການສັກວັກຊິນ (…) ເພາະວ່າຕົວເອງກໍບຳນານເເລ້ວ ເເລະ ກໍຢາກສາມາດເດີນທາງໄປມາໄດ້ຢ່າງປອດໄພ.

ທ່ານນາງ ຄຳຜິວ ພູນສະຫວັດ

ອາຍຸ 60 ປີ

ໄດ້ຮັບການສັກວັກຊີນ [ປ້ອງກັນ ໂຄວິດ-19] ທຳອິດກໍຕື່ນເຕັ້ນ (…) ເເຕ່ຫຼັງໄດ້ສັກເເລ້ວກໍບໍ່ມີຜົນຂ້າງຄຽງຫຍັງ (…). ສຳລັບຜູ້ທີ່ຍັງບໍ່ໄດ້ຮັບວັກຊີນ ກໍຂໍເເນະນຳໃຫ້ມາສັກ ເພື່ອປະໂຫຍດຂອງຕົນເອງ ເເລະ ອະນາຄົດ.

ທ່ານນາງ ມິດສົມພັນ ເຫຼົາສະດິດ

ພະແນກວິເຄາະ ໂຮງໝໍມິດຕະພາບ

ດີໃຈ ແລະ ພູມໃຈທີ່ໄດ້ຮັບວັກຊີນ. ເຖິງປະເທດເຮົາຈະນ້ອຍ ແຕ່ວັກຊີນກໍມາຮອດເຮົາ ແລະ ທົ່ວເຖິງທຸກໆຄົນ. ຜູ້ທີ່ບໍ່ໄດ້ຮັບວັກຊີນບໍ່ໃຫ້ຕົກໃຈ ຫຼື ຕື່ນເຕັ້ນຫຍັງ ວັກຊີນມີການກວດກາທີ່ດີ ຕອນສັກກາບໍ່ເຈັບ ແລະ ບໍ່ມີຫຍັງອັນຕະລາຍ.

ທ່ານນາງ ນາລິນ

ນັກທຸລະກິດ

ຮູ້ສຶກດີໃຈທີ່ສຸດທີ່ໄດ້ມາຮັບການສັກວັກຊີນ [ປ້ອງກັນ ໂຄວິດ-19] ເເລະ ກໍໍຂໍຂອບໃຈທາງພາກລັດຖະບານຫຼາຍໆ [ສຳລັບການໃຫ້ບໍລິການສັກວັກຊີນກັບປະຊາຊົນລາວ].

ທ່ານ ທອງພຸດ ສີໄສເເກ້ວ

ອາຍຸ 70 ປີ

ຮູ້ສຶກດີໃຈຫຼາຍທີ່ໄດ້ຮັບ [ການສັກ] ວັກຊີນ (…) ເເລະ ຢາກເຊີນຊວນພໍ່ເເມ່ພີ່ນ້ອງທີ່ຍັງບໍ່ໄດ້ສັກວັກຊີນໃຫ້ມາຮັບການສັກວັກຊີນປ້ອງກັນ ໂຄວິດ-19.

ທ່ານນາງ ວັນທາ ສຸພະວົງ

ນັກສຶກສາແພດ ເເລະ ອາສາສະໝັກ ທີມງານສັກຢາ

ຮູ້ສຶກດີໃຈທີ່ໄດ້ມາໃຊ້ບໍລິການ [ສັກວັກຊີນ]. ຂ້າພະເຈົ້າກໍດີໃຈຫຼາຍທີ່ທາງພາກລັດໄດ້ຊອກຫາວັກຊີນມາຮັບໃຊ້ປະຊາຊົນ ເເລະ ບັນດາພະນັກງານລັດຖະກອນຕ່າງໆທົ່ວປະເທດ.

ທ່ານ ກົນກຽນ ພົມມາບຸດດີ

ອາຍຸ 65 ປີ

ໂຄວິດ-19 ເຮັດໃຫ້ການດໍາລົງຊີວິດຕ້ອງໄດ້ລະມັດລະວັງ. ຂ້າພະເຈົ້າກໍບໍ່ໄດ້ເຫັນກັນກັບລູກຊາຍທີ່ຮຽນຢູ່ຕ່າງປະເທດ ຕັ້ງແຕ່ໂຄວິດ-19 ລະບາດ. ນອກຈາກນັ້ນກໍແມ່ນການເຮັດວຽກມີຄວາມຫຍຸ້ງຍາກໃນການຕິດຕາມວຽກຢຸ່ສະໜາມ ແລະ ການປະຊຸມກໍມີຂໍ້ຈໍາກັດ. ວັກຊີນເປັນປັດໄຈສໍາຄັນທີ່ເຮັດໃຫ້ໂລກກັບມາເປັນສະພາບປົກກະຕິ ການທີ່ເຮົາມີວັກຊີນນີ້ ແລະ ປະຊາຊົນເຮົາໄດ້ສັກວັກຊີນຫຼາຍຂຶ້ນ ມັນຈະເປັນການສ້າງຄວາມຄຸ້ມກັນຂອງປະຊາຊົນເຮົາ ເຮັດໃຫ້ພວກເຮົາສາມາດເປີດປະເທດໄດ້ໄວ.

ທ່ານ ສົມບັດ ສຸດທິວົງ

ຜູ້ຊ່ຽວຊານອາວຸໂສດ້ານພື້ນຖານໂຄງລ່າງ, ທະນາຄານໂລກ

ໂຄວິດ-19 ເຂົ້າມາບໍ່ໄດ້ມີຜົນກະທົບຫຍັງ ມີແຕ່ໄປມາຕ້ອງໄດ້ລະມັດລະວັງ ແລະ ຮູ້ສຶກມີຄວາມຢ້ານ ໄປມາບໍ່ສະດວກ ເລີຍຕັດສິນໃຈມາຮັບວັກຊີນ ເພື່ອຄວາມປອດໄພ. ວັກຊີນຊຸດນີິ້ແມ່ນຊຸດທີ່ 1 ທີ່ໄດ້ຮັບ, ຮູ້ສຶກດີໃຈຫຼາຍ ແລະ ພາກພູມໃຈ ທີ່ຈະໄດ້ໄປໄດ້ມາສະດວກສະບາຍ ບໍ່ຕ້ອງມີຄວາມລະວາດລະແວງຫຍັງ.

ທ່ານນາງ ແກ້ວອຸດອນ ວິໄລວົງ

ແພດບໍານານ

ຂ່າວຕ່າງໆ

ສປປ ລາວ ໄດ້ຮັບວັກຊີນກັນພະຍາດໂຄວິດ-19​ ຈາກ ສປ ຈີນ 1 ລ້ານໂດສ

ລາຍລະອຽດ

ລັດຖະບານຍີ່ປຸ່ນໄດ້ສະໜອງວັກຊີນກັນພະຍາດໂຄວິດ-19 Astra Zeneca 616,820 ໂດສ໌ ໃຫ້ແກ່ ສປປ ລາວ ໂດຍຜ່ານ COVAX Facility

ລາຍລະອຽດ

ລັດຖະບານສະຫະລາຊະອານາຈັກອັງກິດ ໄດ້ມອບວັກຊີນ ອ໋ອກສ໌ຟອດ-ເອສຕຣາເຊນິກາ ຈໍານວນ 415,000 ໂດສ ໃຫ້ ສປປ ລາວ

ລາຍລະອຽດ

ລັດຖະບານສະຫະລັດອາເມລິກາ ມອບວັກຊີນກັນພະຍາດໂຄວິດ-19 ຈອນຊັນ ເເອນ ຈອນຊັນ 1,008,000 ໂດສ໌ ໃຫ້ແກ່ ສປປ ລາວ ໂດຍຜ່ານ COVAX Facility

ລາຍລະອຽດ

​ສປປ ລາວ ໄດ້ຮັບວັກຊີນປ້ອງກັນໂຄວິດ-19​ ຈາກໂຄງການ COVAX Facility 100.620 ໂດສ

ລາຍລະອຽດ

​ສປປ ລາວ ໄດ້ຮັບວັກຊີນປ້ອງກັນໂຄວິດ-19​ ຈາກລັດຖະບານຈີນ 800.000 ໂດສ

ລາຍລະອຽດ

ສປປ ລາວ ໄດ້ຮັບວັກຊີນກັນພະຍາດໂຄວິດ-19​ ຈາກໂຄງການ COVAX Facility 132.​000 ໂດສ

ລາຍລະອຽດ

ກະຊວງສາທາລະນະສຸກ ຈະຮັບວັກຊີນກັນໂຄວິດ-19

ລາຍລະອຽດ

..... ເບິ່ງຂ່າວອື່ນໆເພີ່ມເຕີມ .....

ຄູ່ຮ່ວມພັດທະນາ

Ministry of Health
World Health Organization
COVAX
CEPI
Gavi
UNICEF in Lao PDR
CHINA AID
US CDC

ລົມກັບ Lao-CoVaF

ສະບາຍດີ.
ຂ້ອຍຊື່ວ່າ Lao-CoVaF ຈະມາຊ່ວຍໃຫ້ຂໍ້ມູນທີ່ກ່ຽວຂ້ອງກັບວັກຊີນກັນພະຍາດໂຄວິດ-19 ໂດຍສະເພາະລັກສະນະ ແລະ ອາການຂ້າງຄຽງ ເພື່ອຊ່ວຍໃນການເຝົ້າລະວັງ ແລະ ຮັບຮູ້-ຕອບໂຕ້ກັບສະພາບອາການຂ້າງຄຽງຕ່າງໆ.
ສອບຖາມ