ວັກຊີນກັນພະຍາດໂຄວິດ-19

ວັກຊີນແມ່ນເຄື່ອງມືສໍາຄັນທີ່ຈະຊ່ວຍປ້ອງກັນການເຈັບເປັນ ແລະ ເສຍຊີວິດຈາກພະຍາດໂຄວິດ-19 ພ້ອມທັງມີສ່ວນຊ່ວຍໃນການຄວບຄຸມສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ.

ທຸກໆວັກຊີນທີ່ຖືກນໍາໃຊ້ໃນ ສປປ ລາວ ແມ່ນມີຄວາມປອດໄພ ແລະ ປະສິດທິພາບ. ເຊິ່ງກ່ອນທີ່ຈະຖືກນໍາໃຊ້ໃຫ້ບໍລິການແກ່ປະຊາຊົນໃນ ສປປ ລາວ ແມ່ນໄດ້ມີການຜ່ານຂະບວນການອະນຸມັດນໍາໃຊ້ສຸກເສີນ (Emergency Use Authorization - EUA) ຈາກ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ.

ນອກຈາກ EUA ທີ່ເປັນການຮັບຮອງລະດັບຊາດແລ້ວ ກໍ່ຍັງມີການຮັບຮອງຂຶ້ນທະບຽນ EUL ຈາກ ອົງການອະນາໄມໂລກ (WHO) ເຊິ່ງໃນປັດຈຸບັນ, ວັກຊີນ Astra Zeneca, Sinopharm, Pfizer ແລະ Johnson & Johnson ທີ່ຖືກນໍາໃຊ້ໃນ ສປປ ລາວ ກໍ່ລ້ວນແຕ່ໄດ້ຮັບການຂຶ້ນທະບຽນນຳໃຊ້ສຸກເສີນດັ່ງກ່າວ.

ການຂຶ້ນທະບຽນນຳໃຊ້ສຸກເສີນ (Emergency Use Listing - EUL) ຂອງ ອົງການອະນາໄມໂລກ ແມ່ນຫຍັງ? EUL ແມ່ນຂະບວນການປະເມີນວັກຊີນວ່າໄດ້ຕອບສະໜອງເງື່ອນໄຂມາດຕະຖານດ້ານຄຸນະພາບ, ຄວາມປອດໄພ ແລະ ປະສິດທິພາບທີ່ຍອມຮັບໄດ້ ຫຼື ບໍ່.

ຂະບວນການຂຶ້ນທະບຽນດັ່ງກ່າວແມ່ນຈະອີງໃສ່ຜົນການຕັດສິນໃຈທີ່ໄດ້ຈາກການປະເມີນຂໍ້ມູນການທົດລອງທາງຄລີນິກ, ຂະບວນການຜະລິດ ແລະ ຂະບວນການຄວບຄຸມຄຸນະພາບ.

ໂດຍມີກຸ່ມທີ່ປຶກສາດ້ານວິຊາການ EUL (Technical Advisory Group -TAG) ທີ່ເປັນກຸ່ມຊ່ຽວຊານທີ່ປຶກສາອິດສະຫຼະຈາກທົ່ວໂລກ ມາເຮັດໜ້າທີ່ປະເມີນວັກຊີນດ້ວຍການຊັ່ງຊາດ້ານຜົນປະໂຫຍດທຽບໃສ່ກັບຄວາມສ່ຽງ, ຖ້າເຫັນວ່າຜົນປະໂຫຍດສູງກວ່າຄວາມສ່ຽງ ແລະ ບັນລຸຕາມມາດຕະຖານເງື່ອນໄຂທີ່ກໍານົດໄວ້ທັງໝົດ, ວັກຊີນດັ່ງກ່າວກໍ່ຈະໄດ້ຮັບ EUL.

ລົມກັບ Lao-CoVaF

ສະບາຍດີ.
ຂ້ອຍຊື່ວ່າ Lao-CoVaF ຈະມາຊ່ວຍໃຫ້ຂໍ້ມູນທີ່ກ່ຽວຂ້ອງກັບວັກຊີນກັນພະຍາດໂຄວິດ-19 ໂດຍສະເພາະລັກສະນະ ແລະ ອາການຂ້າງຄຽງ ເພື່ອຊ່ວຍໃນການເຝົ້າລະວັງ ແລະ ຮັບຮູ້-ຕອບໂຕ້ກັບສະພາບອາການຂ້າງຄຽງຕ່າງໆ.
ສອບຖາມ