ກວດອາການຂ້າງຄຽງຫຼັງຮັບວັກຊີນກັນພະຍາດໂຄວິດ-19 ດ້ວຍໂຕເອງ
ການກວດກາ ລັກສະນະ ແລະ ອາການຂ້າງຄຽງ ພາຍຫຼັງໄດ້ຮັບວັກຊີນກັນພະຍາດໂຄວິດ-19 ດ້ວຍໂຕເອງ; ການກວດການີ້ ຈະເຮັດໃຫ້ຜູ້ທີ່ໄດ້ຮັບວັກຊີນສາມາດຮູ້ໄດ້ ລັກສະນະ ແລະ ອາການຂ້າງຄຽງ ທີ່ອາດເກີດຂື້ນ ພາຍຫຼັງໄດ້ຮັບວັກຊີນວ່າ ແມ່ນອາການເບົາບາງ, ປານກາງ ຫຼື ຮ້າຍແຮງ ທີ່ອາດຈະເກີດຂຶ້ນ ເພື່ອໃຫ້ສາມາດປະຕິບັດມາດຕະການປິ່ນປົວໄດ້ຢ່າງຖຶກຕ້ອງ ແລະ ທັນເວລາ.
ລັກສະນະ ແລະ ອາການຂ້າງຄຽງທີ່ເບົາບາງ

ເຈັບບ່ອນສັກວັກຊີນ, ບ່ອນສັກວັກຊີນໄຄ່-ແດງ

ໄຂ້

ອິດເມືອຍ, ປວດຕາມຕົນໂຕ

ເຈັບຫົວ, ວີນຫົວ

ປວກຮາກ
ລັກສະນະ ແລະ ອາການຂ້າງຄຽງທີ່ຂ້ອນຂ້າງຮຸນແຮງ
ຖ້າພົບເຫັນອາການຂ້າງຄຽງເຫຼົ່ານີ້ ແມ່ນໃຫ້ແຈ້ງຫາໜ່ວຍງານສາທາລະນະສຸກ ໂຮງໝໍ ທີ່ຢູ່ໃກ້ທ່ານໃຫ້ໄວທີ່ສຸດ.
ມີອາການແດງ ແລະ ໃຄ່ບວມຮ້າຍແຮງ, ມີປະຕິກິລິຍາໄຂ້ຮ້າຍແຮງ, ອອກຕຸ່ມຜື່ນແພ້, ເປັນປ່າມແດງ-ລາຍ ຕາມຜິວໜັງ, ແພ້ຮ້າຍແຮງ.