ພາຍຫຼັງການຮັບວັກຊີນກັນພະຍາດໂຄວິດ-19 ທ່ານອາດຈະມີອາການຂ້າງຄຽງ ເຊິ່ງເປັນສັນຍາກປົກກະຕິ ວ່າຮ່າງກາຍຂອງທ່ານກໍາລັງສ້າງພູມຄຸ້ມກັນ.
ໄລຍະເວລາທີ່ທ່ານຄວນໄດ້ສັກວັກຊີນເຂັມທີ່ສອງ
ສໍາລັບທ່ານທີ່ໄດ້ສັກວັກຊີນກັນພະຍາດໂຄວິດ-19 ເຂັມໜຶ່ງ ກະລຸນາຕື່ນຕົວໄປຮັບເຂັມທີສອງຕາມໄລຍະທີ່ກໍານົດດັ່ງຕໍ່ໄປນີ້ເຊິ່ງສາມາດໄປກ່ອນມື້ໝໍນັດໄດ້ຫາກວ່າທ່ານສັກ:
- ຊີໂນຟາມ ເຂັມ 1 ຄົບ 3 ອາທິດ.
- ອາດສຕາເຊນິກ້າ ເຂັມ 1 ຄົບ 8 ອາທິດ (2 ເດືອນ).
- ໄຟເຊີ ເຂັມ 1 ຄົບ 3 ອາທິດ.