ສປປ ລາວ ໄດ້ຮັບວັກຊີນປ້ອງກັນໂຄວິດ-19 ຈາກລັດຖະບານຈີນ 800.000 ໂດສ
ພິທີມອບ-ຮັບ ຢາວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 800.000 ໂດສ ແລະ ເຂັມສັກຢາ 803.000 ອັນ ໂດຍການຊ່ວຍເຫຼືອລ້າຈາກລັດຖະບານ ແລະ ກອງທັບປະຊາຊົນຈີນ ແຫ່ງ ສປ ຈີນ ໃຫ້ແກ່ ສປປ ລາວ ໄດ້ຈັດຂຶ້ນໃນຕອນຄ່ຳຂອງວັນທີ 31 ມີນາ 2021 ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ຕ່າງໜ້າມອບໂດຍ ທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ຕ່າງໜ້າລັດຖະບານລາວຮັບໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີ ທ່ານ ພົນເອກ ຈັນສະໝອນ ຈັນຍະລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ.
ທ່ານ ພັນຄໍາ ວິພາວັນ ໄດ້ຕາງໜ້າໃຫ້ພັກ-ລັດຖະບານ ແລະ ປະຊາຊົນລາວ ກ່າວສະແດງຄວາມຂອບໃຈເປັນຢ່າງສູງໄປຍັງພັກ-ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ທີ່ເວລາໃດ ກໍ່ໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະ ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແກ່ລັດຖະບານ ກໍຄືປະຊາຊົນລາວຕະຫຼອດມາ ເຊິ່ງເປັນການສະແດງເຖິງການເປັນເພື່ອນມິດສະຫາຍອ້າຍນ້ອງທີ່ເປັນມູນເຊື້ອ, ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ແທ້ຈິງ. ການຊ່ວຍເຫຼືອຄັ້ງນີ້ເປັນການປະກອບສ່ວນອັນສໍາຄັນໃຫ້ລັດຖະບານ ກໍ່ຄືປະຊາຊົນລາວ ມີກໍາລັງໃຈ ເພື່ອຕໍ່ສູ້ກັບພະຍາດຮ້າຍນີ້ ແລະ ຢາວັກຊີນທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງຜ່ານມາ ກໍ່ໄດ້ແຈກຢາຍ ແລະ ສັກໃຫ້ກຸ່ມສ່ຽງໃນທົ່ວປະເທດ ເຫັນວ່າຜ່ານການສັກວັກຊີນດັ່ງກ່າວ ມາຮອດປັດຈຸບັນແມ່ນຍັງບໍ່ມີລາຍງານວ່າຜູ້ທີ່ສັກແລ້ວ ເປັນອັນຕະລາຍ ແລະ ເຫັນວ່າວັກແຊງຈາກ ສປ ຈີນ ມີຄຸນນະພາບ, ມີຄວາມປອດໄພ ແລະ ມີປະສິດທິຜົນ ແລະ ຈະນໍາໃຊ້ຢາວັກຊີນດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດ.