ສປປ ລາວ ໄດ້ຮັບວັກຊີນກັນພະຍາດໂຄວິດ-19​ ຈາກໂຄງການ COVAX Facility 132.​000 ໂດສ

ນະຄອນຫຼວງວຽງຈັນ, 20 ມີນາ 2021 - ມື້ນີ້ ສປປ ລາວ ໄດ້ຮັບວັກຊິນກັນພະຍາດໂຄວິດ-19 ຊຸດທໍາອິດ ທີ່ຈັດສົ່ງໂດຍໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 (COVAX Facility) ໂດຍຮ່ວມມືກັນລະຫວ່າງ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi), ອົງການຢູນິເຊັບ (UNICEF) ແລະ ອົງການອະນາໄມໂລກ (WHO).

ການຂົນສົ່ງດັ່ງກ່າວ ປະກອບມີວັກຊີນ AstraZeneca/Oxford ຈໍານວນ 132,000 ໂດສ ຜະລິດໂດຍສະຖາບັນ Serum ຂອງອິນເດຍ (SII) ແລະ ໄດ້ມີການຈັດສົ່ງທາງອາກາດຈາກເມືອງ Pune, ປະເທດອິນເດຍ ລົງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ. ວັກຊີນ AstraZeneca/Oxford ຊຸດນີ້ແມ່ນ ການຈັດສົ່ງຊຸດທຳອິດ ຂອງຈໍານວນວັກຊີນທັງໝົດ 480,000 ໂດສ ທີ່ໄດ້ວາງແຜນໄວ້ ທີ່ຈະຈັດສົ່ງໃຫ້ກັບ ສປປ ລາວ ຕາມແຜນລິເລີ່ມຂອງການສັກຢາກັນພະຍາດໂຄວິດ-19 ໃນປີນີ້ ເພື່ອໃຫ້ບັນລຸຂາດໝາຍການສັກຢາກັນພະຍາດໃຫ້ໄດ້ 20 ສ່ວນຮ້ອຍຂອງປະຊາກອນທັງໝົດ.

"ຂ້າພະເຈົ້າຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງໂຄງການ COVAX Facility ແລະ ຄູ່ຮ່ວມງານຂອງພວກເຮົາ ອົງການກາວີ, ອົງການຢູນິເຊັບ ແລະ ອົງການອະນາໄມໂລກ ສຳລັບການສະໜັບສະໜູນຄັ້ງສໍາຄັນ ແລະ ມີຄຸນຄ່າຂອງພວກເຂົາເຈົ້າໃນການປະສານງານຈັດສົ່ງວັກຊີນກັນພະຍາດໂຄວິດ-19 ຊຸດທໍາອິດນີ້. ການມາຮອດຂອງວັກຊີນຄັ້ງນີ້ ຖືເປັນບາດກ້າວໜຶ່ງຂອງ ສປປ ລາວ ໃນການຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19,” ກ່າວໂດຍ ພະນະທ່ານ ຮສ. ປອ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ.

ອີງຕາມແຜນປະຕິບັດການສັກວັກຊີນກັນພະຍາດໂຄວິດ-19 ແຫ່ງຊາດ, ການສັກຢາວັກຊີນ AstraZeneca/Oxford ຊຸດທຳອິດນີ້ ຈະນຳໄປໃຊ້ໂດຍລັດຖະບານແຫ່ງ ສປປ ລາວ ເພື່ອທຳການສັກຢາກັນພະຍາດໃຫ້ກຸ່ມບູລິມະສິດ ໃນປະເທດ ຜູ້ທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດໂຄວິດ-19 ແລະ ຜູ້ທີ່ມີແນວໂນ້ມທີ່ຈະເກີດອາການຮຸນແຮງຈາກການຕິດເຊື້ອ. ກຸ່ມບູລິມະສິດ ປະກອບມີບຸກຄະລາກອນທາງການແພດ, ຜູ້ສູງອາຍຸທີ່ມີອາຍຸຫຼາຍກວ່າ 60 ປີ ແລະ ຄົນທີ່ເປັນພະຍາດຊໍ້າເຮື້ອ. ລວມທັງ ບຸກຄະລາກອນທີ່ມີຄວາມສ່ຽງ ໂດຍອີງໃສ່ລັກສະນະຂອງວຽກ ແລະ ຄວາມສ່ຽງຕໍ່ການ ຕິດເຊື້ອພະຍາດໂຄວິດ-19 ເຊັ່ນ ບຸກຄະລາກອນທີ່ເຮັດວຽກຢູ່ເຂດສູນຈໍາກັດບໍລິເວນ.

ນອກເໜືອຈາກວັກຊີນດັ່ງກ່າວ, ສປປ ລາວ ຍັງໄດ້ຮັບເຂັມສັກຢາແບບພິເສດຈໍານວນ 84,000 ເຂັມ ແລະ ກ່ອງສໍາລັບຂີ້ເຫຍື້ອບໍ່ອະເຊື້ອ 840 ກ່ອງ, ເຊິ່ງໄດ້ຖືກໄດ້ຈັດຊື້ໂດຍ ອົງການຢູນິເຊັບ, ໃນມື້ວານນີ້ເຊັ່ນດຽວກັນເພື່ອຈະຊ່ວຍໃຫ້ລັດຖະບານແຫ່ງ ສປປ ລາວ ສາມາດເລີ່ມຈັດຕັ້ງປະຕິບັດການສັກວັກຊີນໃຫ້ກຸ່ມບູລິມະສິດຕາມລໍາດັບ.

ທ່ານນາງ Véronique Maeva Fages, ຜູ້ບໍລິຫານລະດັບສູງ ອົງການກາວີ ກ່າວວ່າ “ນີ້ແມ່ນຊ່ວງເວລາສຳຄັນຂອງ ສປປ ລາວ ແລະ ພາລະກິດຂອງໂຄງການ COVAX Facility ເພື່ອຊ່ວຍຢຸດຕິການແຜ່ລະບາດຂອງພະຍາດ ໂດຍການກະຈາຍອຸປະກອນສໍາລັບການສັກວັກຊີນເຫລົ່ານີ້ໃຫ້ທົ່ວໂລກ.” ທ່ານນາງ Fages ຍັງໄດ້ກ່າວຕື່ມອີກວ່າ “ພວກເຮົາຂໍສະແດງຄວາມຍິນດີກັບລັດຖະບານແຫ່ງ ສປປ ລາວ ສຳລັບການນຳພາທີ່ກ້າຫານ ແລະ ຄວາມມຸ່ງໝັ້ນ ໃນການປົກປ້ອງປະຊາຊົນລາວ ໃນໄລຍະການລະບາດຂອງພະຍາດ. ອົງການກາວີ ຫວັງວ່າວັກຊີນເຫລົ່ານີ້ຈະມີໄວ້ໃຫ້ ປະຊາຊົນທີ່ມີຄວາມສ່ຽງຫລາຍທີ່ສຸດ ສາມາດເຂົ້າເຖິງວັກເຊີນໄດ້ເທົ່າທີ່ຈະໄວໄດ້”.

ບັນດາປະເທດສະມາຊິກຄະນະກຳມະການຂອງອົງການກາວີ ທີ່ປະຈຳຢູ່ ສປປ ລາວ ມີດັ່ງນີ້: ປະເທດອົດສະຕາລີ, ປະເທດ ການາດາ, ສະຫະພາບເອີຣົບ, ປະເທດຝຣັ່ງເສດ, ປະເທດເຢຍລະມັນ, ປະເທດອິນເດຍ, ປະເທດຍີ່ປຸ່ນ, ປະເທດເກົາຫຼີ, ປະເທດລັກເຊມເບີກ, ປະເທດສະວິດເຊີແລນ, ປະເທດອັງກິດ ແລະ ສະຫະລັດອາເມລິກາ. ອົງການຈັດຕັ້ງສາກົນບໍ່ວ່າຈະເປັນ ທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ແມ່ນໄດ້ສະໜັບສະໜູນ ສປປ ລາວ ໃນການຕອບໂຕ້ກັບພະຍາດໂຄວິດ-19 ໂດຍການກະກຽມຄວາມພ້ອມທາງກົງ ລະ ທາງອ້ອມ ສຳລັບການດໍາເນີນການສັກຢາກັນພະຍາດ.

ການຜະລິດວັກຊີນປ້ອງກັນພະຍາດທີ່ບໍ່ເຄີຍຮູ້ຈັກມາກ່ອນພາຍໃນເວລາບໍ່ຮອດໜຶ່ງປີ ແມ່ນຜົນສຳເລັດອັນໃຫຍ່ຫຼວງ ຂອງວິທະຍາສາດການແພດໃນທົ່ວໂລກ. ແລະ ໃຫ້ແນ່ໃຈວ່າທຸກໆປະເທດໃນໂລກສາມາດເຂົ້າເຖິງການສັກວັກຊີນຢ່າງຍຸດຕິທຳ ແລະ ເທົ່າທຽມກັນໂດຍຜ່ານໂຄງການ COVAX Facility ກໍແມ່ນອີກບັນຫາທີ່ສຳຄັນທີ່ສຸດ.

ທ່ານ ດຣ. Mark Jacobs, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ກ່າວວ່າ “ການມາຮອດຂອງວັກຊີນຈາກໂຄງການ COVAX Facility ແມ່ນໄດ້ເພີ່ມຄວາມເຂັ້ມແຂງຂອງ ສປປ ລາວ ໃນການຕໍ່ສູ້ກັບພະຍາດໂຄວິດ-19 ແລະ ເປັນສັນຍາລັກແຫ່ງຄວາມສາມັກຄີລະຫວ່າງປະຊາຄົມສາກົນເພື່ອແກ້ໄຂວິກິດການໃນຄັ້ງນີ້. ວັກຊີນກັນພະຍາດໂຄວິດ-19ເຫຼົ່ານີ້ ໄດ້ກວດສອບຢ່າງລະອຽດຮອບຄອບໂດຍ ອົງການອະນາໄມໂລກ ແລະ ໄດ້ຖືກປະເມີນວ່າມີຄຸນນະພາບ, ປອດໄພ ແລະ ມີປະສິທິຜົນ; ພວກຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ ສປປ ລາວ ເຂົ້າເຖິງການສັກວັກຊີນໃນໄລຍະເວລາພຽງໜຶ່ງເດືອນຫຼັງຈາກທີ່ໄດ້ອອກລາຍຊື່ການນຳໃຊ້ສຸກເສີນ ໂດຍອົງການອະນາໄມໂລກ ໃນເດືອນກຸມພາທີ່ຜ່ານມາ” ທ່ານ ດຣ. Jacobs ຍັງກ່າວຕື່ມອີກວ່າ “ບໍ່ມີປະເທດໃດທີ່ຈະປອດໄພຈາກການລະບາດຂອງພະຍາດຈົນກວ່າທຸກປະເທດຈະໄດ້ຮັບການປົກປ້ອງ. ການມາຮອດຂອງວັກຊີນຈາກໂຄງການ COVAX ໃນ ສປປ ລາວ ໃນມື້ນີ້ ແມ່ນບາດກ້າວໃນທິດທາງທີ່ຖືກຕ້ອງໃນການບັນລຸເປົ້າໝາຍສູງສຸດ”.

ວັກຊີນທີ່ຈະໃຊ້ໃນ ສປປ ລາວ ໄດ້ຜ່ານຂັ້ນຕອນການທົດສອບດ້ານການພັດທະນາ ແລະ ຄວາມປອດໄພຢ່າງເຂັ້ມງວດ ເຊິ່ງກະຊວງສາທາລະນະສຸກ - ກົມອາຫານ ແລະ ຢາ ໄດ້ເຮັດການປະເມີນຫຼັກຖານ, ຜົນປະໂຫຍດ ແລະ ຄວາມສ່ຽງຕ່າງໆແລ້ວ. ວັກຊີນ AstraZeneca ທີ່ໄດ້ຮັບອະນຸຍາດໃຫ້ສະຖາບັນ Serum ຂອງອິນເດຍ ທີ່ໄດ້ສະໜອງຜ່ານໂຄງການ COVAX ໄດ້ຖືກອະນັດມັດໃຫ້ນໍາໃຊ້ສຸກເສີນ ໂດຍກະຊວງສາທາລະນະສຸກ ໃນວັນທີ 22 ກຸມພາ, ຫຼັງຈາກໄດ້ຖືກອະນຸມັດເຂົ້າໃນລາຍຊື່ການນຳໃຊ້ສຸກເສີນຂອງ ອົງການອະນາໄມໂລກ ໃນວັນທີ 15 ກຸມພາ.

“ນີ້ແມ່ນໂອກາດທີ່ສໍາຄັນສໍາລັບ ສປປ ລາວ ແລະ ເປັນຂີດໝາຍສໍາຄັນໃນການຮັບປະກັນການເຂົ້າເຖິງການສັກວັກຊີນໃນທົ່ວໂລກ. ອົງການຢູນິເຊັບ ມີຄວາມພາກພູມໃຈທີ່ໄດ້ມີບົດບາດນຳພາໃນການສະໜອງວັກຊີນກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ແລະ ປະກອບສ່ວນເຂົ້າໃນການເສີມສ້າງຄວາມສາມາດຂອງປະເທດໃນການຈັດການກັບການລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດ.” ກ່າວໂດຍທ່ານ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ແລະ ທ່ານຍັງໄດ້ກ່າວຕື່ມອີກວ່າ “ພວກເຮົາຂໍສະແດງຄວາມຂອບໃຈເປັນພິເສດຕໍ່ບັນດາຄູ່ຮ່ວມງານສຳລັບການປະກອບສ່ວນອັນສຳຄັນເຂົ້າຕໍ່ວຽກງານຂອງ ອົງການກາວີ ແລະ ໂຄງການ COVAX ເພື່ອນຳເອົາວັກຊີນເຂົ້າມາໃນ ສປປ ລາວ. ໃນຖານະຜູ້ສະໜອງວັກຊີນປ້ອງກັນພະຍາດທີ່ໃຫຍ່ທີ່ສຸດໃນປະເທດລາວ ເປັນເວລາຫຼາຍກ່ວາໜຶ່ງທົດສະວັດ, ອົງການຢູນິເຊັບຮັບຮູ້ເຖິງບົດບາດອັນສຳຄັນຂອງການຮ່ວມມືລະຫວ່າງທຸກພາກສ່ວນທີ່ກ່ຽວຂ້ອງເພື່ອທີ່ຈະສະຫນອງອຸປະກອນອັນສຳຄັນຕ່າງໆເພື່ອຊ່ວຍຊີວິດເດັກ.”

ການມາຮອດຂອງວັກຊີນໃນ ສປປ ລາວ ແມ່ນຂີດໝາຍສຳຄັນຂອງໂຄງການ COVAX Facility ໃນຄວາມພະຍາຍາມທີ່ບໍ່ເຄີຍມີມາກ່ອນໃນການຈັດສົ່ງວັກຊິນກັນພະຍາດໂຄວິດ-19 ຢ່າງໜ້ອຍຈໍານວນ 2 ຕື້ໂດສໃນທ້າຍປີ 2021, ເຫດການນີ້ຈະກາຍເປັນການຈັດຊື້ ແລະ ສະໜອງວັກຊີນທີ່ໃຫຍ່ທີ່ສຸດໃນປະຫວັດສາດ.

ໂຄງການວັກຊີນໂຄວິດ-19 ແມ່ນນຳພາໂດຍ ອົງການກາວີ, ອົງການພັນທະມິດເພື່ອວັກຊີນ, ອົງການອະນາໄມໂລກ, ອົງການອະນາໄມໂລກ ແລະ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ເຮັດວຽກຮ່ວມມືກັບອົງການຢູນິເຊັບ ລວມທັງທະນາຄານໂລກ, ອົງການຈັດຕັ້ງທາງສັງຄົມ, ຜູ້ຜະລິດ ແລະ ອື່ນໆ. ໂຄງການ COVAX ແມ່ນສ່ວນໜຶ່ງຂອງແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 ACT ຫຼື Access to COVID-19 Tools Accelerator ເຊິ່ງເປັນການຮ່ວມມືລະດັບໂລກເພື່ອເລັ່ງການພັດທະນາ, ການຜະລິດ, ແລະການເຂົ້າເຖິງການທົດສອບ, ການຮັກສາ ແລະ ການສັກວັກຊີນທີ່ມີຄວາມສະເໝີພາບ.

ໂຄງການວັກຊີນໂຄວິດ-19 ໄດ້ພັດທະນາວັກຊີນຫລາກຫລາຍຊະນິດທີ່ເໝາະສົມກັບທີ່ຕັ້ງພູມລຳເນົາ ແລະ ປະຊາກອນຂອງແຕ່ລະພາກພື້ນ, ແລະ ກຳລັງຢູ່ໃນເສັ້ນທາງທີ່ຈະບັນລຸເປົ້າໝາຍທີ່ໄດ້ວາງໄວ້ໃນການຈັດສົ່ງວັກຊີນຢ່າງໜ້ອຍ 2 ຕື້ໂດສໃຫ້ແກ່ບັນດາປະເທດທີ່ມີລາຍຊື່ເຂົ້າຮ່ວມໃນທົ່ວໂລກໃນປີ 2021, ໃນນັ້ນມີຜູ້ໃຫ້ທຶນສະໜັບສະໜູນຢ່າງໜ້ອຍ 1,3 ຕື້ໂດສ ໃຫ້ແກ່ບັນດາລາຍຊື່ປະເທດທີ່ມີລາຍຮັບຕໍ່າຈໍານວນ 92 ປະເທດຂອງໂຄງການ COVAX Facility ທີ່ໄດ້ຮັບການສະໜັບສະໜູນ ຈາກໂຄງການ Gavi COVAX Advance Market Committee (AMC).

ແຫຼ່ງຂ່າວ: ອົງການຢູນີເຊັບ ປະຈຳ ສປປ ລາວ

ລົມກັບ Lao-CoVaF

ສະບາຍດີ.
ຂ້ອຍຊື່ວ່າ Lao-CoVaF ຈະມາຊ່ວຍໃຫ້ຂໍ້ມູນທີ່ກ່ຽວຂ້ອງກັບວັກຊີນກັນພະຍາດໂຄວິດ-19 ໂດຍສະເພາະລັກສະນະ ແລະ ອາການຂ້າງຄຽງ ເພື່ອຊ່ວຍໃນການເຝົ້າລະວັງ ແລະ ຮັບຮູ້-ຕອບໂຕ້ກັບສະພາບອາການຂ້າງຄຽງຕ່າງໆ.
ສອບຖາມ