ລັດຖະບານສະຫະລັດອາເມລິກາ ມອບວັກຊີນກັນພະຍາດໂຄວິດ-19 ຈອນຊັນ ເເອນ ຈອນຊັນ 1,008,000 ໂດສ໌ ໃຫ້ແກ່ ສປປ ລາວ ໂດຍຜ່ານ COVAX Facility

ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ກ່າວວ່າ: “ລັດຖະບານ ແຫ່ງ ສປປ ລາວ ຕີລາຄາສູງຕໍ່ການສືບຕໍ່ຊ່ວຍເຫຼືອຂອງ ລັດຖະບານ ແລະ ປະຊາຊົນສະຫະລັດອາເມລິກາ ເເກ່ ລັດຖະບານ ແລະ ປະຊາຊົນລາວ, ເຊິ່ງໃນຄັ້ງນີ້ ແມ່ນການຊ່ວຍເຫຼືອວັກຊີນປ້ອງກັນພະຍາດໂຄວິດ-19 ອັນໄດ້ສະເເດງໃຫ້ເຫັນເຖິງສາຍພົວພັນທີ່ດີລະຫວ່າງສອງປະເທດຂອງພວກເຮົາ ພາຍໃຕ້ຄູ່ຮ່ວມມືແບບກວມລວມລະຫວ່າງ ສະຫະລັດອາເມລິກາ ເເລະ ສປປ ລາວ. ຂ້າພະເຈົ້າເຊື່ອໝັ້ນວ່າ ການໄດ້ຮັບວັກຊີນ ຈອນຊັນ ເເອນ ຈອນຊັນ ຈຳນວນ 1,008,000 ໂດສ໌ ຂອງ ສປປ ລາວ ໃນຄັ້ງນີ້ ຈະຊ່ວຍເລັ່ງລັດການບັນລຸເປົ້າໝາຍການສັກວັກຊີນໃຫ້ໄດ້ຢ່າງນ້ອຍ 50 ເປີເຊັນ ຂອງປະຊາຊົນລາວ ພາຍໃນທ້າຍປີ 2021 ນີ້.”.

VDO ຂອງສະຖານທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ

ລົມກັບ Lao-CoVaF

ສະບາຍດີ.
ຂ້ອຍຊື່ວ່າ Lao-CoVaF ຈະມາຊ່ວຍໃຫ້ຂໍ້ມູນທີ່ກ່ຽວຂ້ອງກັບວັກຊີນກັນພະຍາດໂຄວິດ-19 ໂດຍສະເພາະລັກສະນະ ແລະ ອາການຂ້າງຄຽງ ເພື່ອຊ່ວຍໃນການເຝົ້າລະວັງ ແລະ ຮັບຮູ້-ຕອບໂຕ້ກັບສະພາບອາການຂ້າງຄຽງຕ່າງໆ.
ສອບຖາມ