ລັດຖະບານສະຫະລາຊະອານາຈັກອັງກິດ ໄດ້ມອບວັກຊີນ ອ໋ອກສ໌ຟອດ-ເອສຕຣາເຊນິກາ ຈໍານວນ 415,000 ໂດສ ໃຫ້ ສປປ ລາວ
ມື້ນີ້, ວັກແຊງ ອ໋ອກສ໌ຟອດ-ເອສຕຣາເຊນິກາ ຈໍານວນ 415,000 ໂດສ ທີ່ໄດ້ຮັບຈາກລັດຖະບານສະຫະລາຊະອານາຈັກ ອັງກິດ ໄດ້ຖືກມອບໃຫ້ແກ່ ພະນະທ່ານ ສຈ ກິແກ້ວ ໄຂຄຳພິທູນ ຮອງນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໂດຍ ພະນະທ່ານ ເອກອັກຄະລາຊະທູດ John Pearson.
ພິທີມອບຢ່າງເປັນທາງການໄດ້ຖືກຈັດຂື້ນໃນວັນທີ 5 ສິງຫາ ທີ່ກະຊວງສາທາລະນະສຸກ ໂດຍການເປັນສັກຂີ ພະຍານ ຂອງບັນດາພະນັກງານລັດຖະບານອາວຸໂສ ແລະ ຜູ້ຕາງໜ້າສໍາຄັນຂອງອົງການ UNICEF ແລະ ອົງການອະນາ ໄມໂລກ.