ສປປ ລາວ ໄດ້ຮັບວັກຊີນກັນພະຍາດໂຄວິດ-19​ ຈາກໂຄງການ COVAX Facility 100.620 ໂດສ

ວັກຊີນຟາຍເຊີ (Pfizer BioNTech) ໄດ້ມາຮອດ ສປປ ລາວ ແລ້ວໃນມື້ນີ້ 2 ມິຖຸນາ 2021, ເປັນວັກຊີນກັນພະຍາດໂຄວິດ-19 ຊຸດໃໝ່ຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 (COVAX Facility) ເຊິ່ງປະກອບມີວັກຊີນຟາຍເຊີ (Pfizer BioNTech) ຈຳນວນ 100.620 ໂດສ.

ວັກຊີນຊຸດດັ່ງກ່າວເເມ່ນສໍາລັບປະຊາກອນຈຳນວນ 50.300 ຄົນ ທີ່ມີອາຍຸ 60 ປີຂຶ້ນໄປ ແລະ ເປັນພະຍາດຊໍ້າເຮື້ອ. ວັກຊີນຊຸດໃໝ່ນີ້ ເເມ່ນຈະຊ່ວຍລັດຖະບານແຫ່ງ ສປປ ລາວ ບັນລຸເປົ້າໝາຍການສັກວັກຊີນກັນພະຍາດໂຄວິດ-19 ໃຫ້ແກ່ປະຊາກອນຈໍານວນ 50% ພາຍໃນປີ 2021.

ລັດຖະບານແຫ່ງ ສປປ ລາວ ໄດ້ເສີມສ້າງຄວາມສາມາດຂອງລະບົບຄວາມເຢັນພິເສດໃນປະເທດໃຫ້ສາມາດຮອງຮັບວັກຊີນຟາຍເຊີ, ທີ່ຕ້ອງເກັບຮັກສາໃນອຸນຫະພູມເຢັນເຖິງ ລົບ 70 ອົງສາເຊນຊຽດ ເພື່ອຮັກສາປະສິດທິພາບຂອງວັກຊີນ.

ແຫຼ່ງຂ່າວ: ອົງການຢູນີເຊັບ ປະຈຳ ສປປ ລາວ

ລົມກັບ Lao-CoVaF

ສະບາຍດີ.
ຂ້ອຍຊື່ວ່າ Lao-CoVaF ຈະມາຊ່ວຍໃຫ້ຂໍ້ມູນທີ່ກ່ຽວຂ້ອງກັບວັກຊີນກັນພະຍາດໂຄວິດ-19 ໂດຍສະເພາະລັກສະນະ ແລະ ອາການຂ້າງຄຽງ ເພື່ອຊ່ວຍໃນການເຝົ້າລະວັງ ແລະ ຮັບຮູ້-ຕອບໂຕ້ກັບສະພາບອາການຂ້າງຄຽງຕ່າງໆ.
ສອບຖາມ