z

ສປປ ລາວ ຈຶ່ງໄດ້ເລີ່ມຕົ້ນການໃຫ້ບໍລິການສັກວັກຊີນທີໄດ້ຮັບຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 ໂຄແວັກ ຟາຊີລີຕີ້

ເພື່ອສຸມໃສ່ກຸ່ມຄົນທີ່ມີຄວາມສ່ຽງສູງທີ່ສຸດຕໍ່ການຕິດເຊື້ອພະຍາດໂຄວິດ-19 ແລະ ຜູ້ທີ່ມີແນວໂນ້ມທີ່ຈະເກີດອາການຮຸນແຮງຈາກການຕິດເຊື້ອ. ສປປ ລາວ ຈຶ່ງໄດ້ເລີ່ມຕົ້ນການໃຫ້ບໍລິການສັກວັກຊີນທີໄດ້ຮັບຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 ໂຄແວັກ ຟາຊີລີຕີ້.

ການໃຫ້ບໍລິການສັກວັກຊີນຄັ້ງນີ້ເເມ່ນໄດ້ຖືກຈັດຂື້ນຢູ່ທີ່ໂຮງໝໍມິດຕະພາບໃນວັນທີ 2 ຫາ 3 ເມສາ 2021 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຮສ ດຣ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວຫນ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ມີ ຜູ້ຕາງໜ້າອົງການອະນາໄມໂລກປະຈໍາ ສປປ ລາວ, ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ ແລະ ບັນດາອົງການຈັດຕັ້ງສາກົນ ແລະ ກຸ່ມຄົນທີ່ຢູ່ໃນກຸ່ມເປົ້າໝາຍ ເຂົ້າຮ່ວມ.

ລົມກັບ Lao-CoVaF

ສະບາຍດີ.
ຂ້ອຍຊື່ວ່າ Lao-CoVaF ຈະມາຊ່ວຍໃຫ້ຂໍ້ມູນທີ່ກ່ຽວຂ້ອງກັບວັກຊີນກັນພະຍາດໂຄວິດ-19 ໂດຍສະເພາະລັກສະນະ ແລະ ອາການຂ້າງຄຽງ ເພື່ອຊ່ວຍໃນການເຝົ້າລະວັງ ແລະ ຮັບຮູ້-ຕອບໂຕ້ກັບສະພາບອາການຂ້າງຄຽງຕ່າງໆ.
ສອບຖາມ