ແອັບ ລະບົບຂໍ້ມູນເພື່ອຊ່ວຍເຫຼືອປະຊາຊົນພາຍຫຼັງໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຢູ່ ສປປ ລາວ (Lao-CoVaF App)

ແອັບ ລະບົບຂໍ້ມູນເພື່ອຊ່ວຍເຫຼືອປະຊາຊົນພາຍຫຼັງໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຢູ່ ສປປ ລາວ (Lao-CoVaF App) ແມ່ນລະບົບຊ່ວຍເຫຼືອຜູ້ໄດ້ຮັບວັກຊີນກັນພະຍາດໂຄວິດ-19 ພາຍຫຼັງຮັບວັກຊີນ ເພື່ອສະໜອງຂໍ້ມູນທີ່ກ່ຽວຂ້ອງກັບວັກຊີນກັນພະຍາດໂຄວິດ-19 ໂດຍສະເພາະລັກສະນະ ແລະ ອາການຂ້າງຄຽງ ເພື່ອຊ່ວຍໃນການເຝົ້າລະວັງ ແລະ ຮັບຮູ້-ຕອບໂຕ້ກັບສະພາບອາການຂ້າງຄຽງທີ່ຮຸນແຮງໄດ້ຢ່າງທັນເວລາ.

Lao-CoVaF App ແມ່ນແອັບທີ່ໃຊ້ເທີງໂທລະສັບມືຖື ລະບົບ Android ແລະ iOS ທີ່ຜູ້ໃຊ້ ຫຼື ຜູ້ທີ່ໄດ້ຮັບວັກຊີນ ສາມາດລົງທະບຽນນໍາໃຊ້ພາຍຫຼັງການຮັບວັກຊີນ ເພື່ອກວດສອບ ແລະ ລາຍງານລັກສະນະ ແລະ ອາການຂ້າງຄຽງຫຼັງຮັບວັກຊີນກັນພະຍາດໂຄວິດ-19 ຂອງຜູ້ທີ່ໄດ້ຮັບວັກຊີນ (ຜູ້ທີ່ລົງທະບຽນ ແລະ ສະມາຊິກຄອບຄົວທີ່ຮ່ວມລົງທະບຽນ), ການແຈ້ງເຕືອນລ່ວງໜ້າກ່ຽວກັບ ວັນ ສະຖານທີ ທີ່ຈະໄປຮັບວັກຊີນໂດສທີ 2 ແລະ ຍັງສາມາດສະໜອງຂໍ້ມູນພື້ນຖານໃນການປະຕິບັດຕົນ, ການດໍາລົງຊີວິດພາຍຫຼັງໄດ້ຮັບວັກຊີນ ແລະ ອື່ນໆ.

ລະບົບໂທລະສັບມືຖື Lao-CoVaF App (ໃຊ້ແອັບ) Lao-CoVaF Web (ໃຊ້ Browser)
Android ລົງທະບຽນ ແລະ ນໍາໃຊ້ທາງ Web Browser
iOS ລົງທະບຽນ ແລະ ນໍາໃຊ້ທາງ Web Browser
ລະບົບນອກຈາກຂ້າງເທີງ - ລົງທະບຽນ ແລະ ນໍາໃຊ້ທາງ Web Browser

VDO ແນະນໍາແຕ່ລະຂັ້ນຕອນ

ການລົງທະບຽນ

ການເພີ່ມສະມາຊິກຄອບຄົວ

ການລາຍງານ ລັກສະນະ ແລະ ອາການຂ້າງຄຽງ

ການແຈ້ງເຕືອນລ່ວງໜ້າການຮັບວັກຊີນ

ລົມກັບ Lao-CoVaF

ສະບາຍດີ.
ຂ້ອຍຊື່ວ່າ Lao-CoVaF ຈະມາຊ່ວຍໃຫ້ຂໍ້ມູນທີ່ກ່ຽວຂ້ອງກັບວັກຊີນກັນພະຍາດໂຄວິດ-19 ໂດຍສະເພາະລັກສະນະ ແລະ ອາການຂ້າງຄຽງ ເພື່ອຊ່ວຍໃນການເຝົ້າລະວັງ ແລະ ຮັບຮູ້-ຕອບໂຕ້ກັບສະພາບອາການຂ້າງຄຽງຕ່າງໆ.
ສອບຖາມ