ຖາມ-ຕອບກ່ຽວກັບພາຍຫຼັງການຮັບວັກຊີນກັນພະຍາດໂຄວິດ-19

ແຫຼ່ງຂໍ້ມູນ: ສູນສື່ສານການແພດ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ, UNICEF Lao PDR, World Health Organization

ວັກຊີນກັນພະຍາດໂຄວິດ-19 ແມ່ນເຄື່ອງມືສໍາຄັນທີ່ຈະຊ່ວຍປ້ອງກັນການເຈັບເປັນ ແລະ ເສຍຊີວິດຈາກພະຍາດໂຄວິດ-19 ພ້ອມທັງມີສ່ວນຊ່ວຍໃນການຄວບຄຸມສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ.

ທຸກໆວັກຊີນທີ່ຖືກນໍາໃຊ້ໃນ ສປປ ລາວ ແມ່ນມີຄວາມປອດໄພ ແລະ ປະສິດທິພາບ. ເຊິ່ງກ່ອນທີ່ຈະຖືກນໍາໃຊ້ໃຫ້ບໍລິການແກ່ປະຊາຊົນໃນ ສປປ ລາວ ແມ່ນໄດ້ມີການຜ່ານຂະບວນການອະນຸມັດນໍາໃຊ້ສຸກເສີນ (Emergency Use Authorization - EUA) ຈາກ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ.

ນອກຈາກ EUA ທີ່ເປັນການຮັບຮອງລະດັບຊາດແລ້ວ ກໍ່ຍັງມີການຮັບຮອງຂຶ້ນທະບຽນ EUL ຈາກ ອົງການອະນາໄມໂລກ (WHO) ເຊິ່ງໃນປັດຈຸບັນ, ວັກຊີນ Astra Zeneca, ວັກຊີນ Sinopharm ແລະ ວັກຊີນ Pfizer BioNTech ທີ່ຖືກນໍາໃຊ້ໃນ ສປປ ລາວ ກໍ່ລ້ວນແຕ່ໄດ້ຮັບການຂຶ້ນທະບຽນນຳໃຊ້ສຸກເສີນດັ່ງກ່າວ.

ການຂຶ້ນທະບຽນນຳໃຊ້ສຸກເສີນ (Emergency Use Listing - EUL) ຂອງ ອົງການອະນາໄມໂລກ ແມ່ນຫຍັງ? EUL ແມ່ນຂະບວນການປະເມີນວັກຊີນວ່າໄດ້ຕອບສະໜອງເງື່ອນໄຂມາດຕະຖານດ້ານຄຸນະພາບ, ຄວາມປອດໄພ ແລະ ປະສິດທິພາບທີ່ຍອມຮັບໄດ້ ຫຼື ບໍ່.

ຂະບວນການຂຶ້ນທະບຽນດັ່ງກ່າວແມ່ນຈະອີງໃສ່ຜົນການຕັດສິນໃຈທີ່ໄດ້ຈາກການປະເມີນຂໍ້ມູນການທົດລອງທາງຄລີນິກ, ຂະບວນການຜະລິດ ແລະ ຂະບວນການຄວບຄຸມຄຸນະພາບ. ໂດຍມີກຸ່ມທີ່ປຶກສາດ້ານວິຊາການ EUL (Technical Advisory Group -TAG) ທີ່ເປັນກຸ່ມຊ່ຽວຊານທີ່ປຶກສາອິດສະຫຼະຈາກທົ່ວໂລກ ມາເຮັດໜ້າທີ່ປະເມີນວັກຊີນດ້ວຍການຊັ່ງຊາດ້ານຜົນປະໂຫຍດທຽບໃສ່ກັບຄວາມສ່ຽງ, ຖ້າເຫັນວ່າຜົນປະໂຫຍດສູງກວ່າຄວາມສ່ຽງ ແລະ ບັນລຸຕາມມາດຕະຖານເງື່ອນໄຂທີ່ກໍານົດໄວ້ທັງໝົດ, ວັກຊີນດັ່ງກ່າວກໍ່ຈະໄດ້ຮັບ EUL.

ວັກຊີນກັນພະຍາດໂຄວິດ-19 ກໍ່ຄື່ກັນກັບວັກຊີນຊະນິດອື່ນໆ, ພາຍຫຼັງທີ່ໄດ້ຮັບວັກຊີນ ຈະເຮັດໃຫ້ເກີດມີປະຕິກິລິຍາທີ່ບໍ່ຮຸນແຮງ ຢູ່ບໍລິເວນສັກ ອາດຈະໃຄ່ບວມ ຫຼື ເຈັບ ລວມທັງມີສີແດງ. ນອກຈາກນັ້ນ ອາດຈະມີອາການຂ້າງຄຽງອື່ນໆ ເຊັ່ນ ມີໄຂ້, ເຈັບຫົວ ແລະ ມືນຊາຕາມແຂນຂາໃນຊ່ວງເວລາສອງສາມມື້ທຳອິດ ຫລັງຈາກໄດ້ຮັບການຮັບວັກຊີນກັນພະຍາດ. ອາກາານຂ້າງຄຽງທີ່ຮ້າຍແຮງ ຫຼື ອາການທີ່ເປັນຍາວນານຈາກການຮັບວັກຊີນ ແມ່ນມີຄວາມເປັນໄປໄດ້ແຕ່ອາດເກີດຂື້ນໜ້ອຍຫຼາຍ. ຖ້າທ່ານມີຄວາມສົງໃສ ຫຼື ກັງວົນ ໃຫ້ທ່ານຕິດຕໍ່ຫາທ່ານໝໍ ຫຼື ໜ່ວຍງານສາທາລະນະສຸກ ຫຼື ໂທຫາສາຍດ່ວນ 165 ຫຼື 166 ຢ່າງທັນທີ.

ອີງຕາມຂໍ້ມູນໃນປະຈຸບັນ, ວັກຊີນກັນພະຍາດໂຄວິດ-19 ຫຼາຍຊະນິດຈະຕ້ອງໄດ້ຮັບ (ສັກ) 2 ຄັ້ງ, ການສັກຄັ້ງທີ 2 ແມ່ນໃຫ້ສັກຫ່າງກັນພາຍໃນ 3 ຫາ 12 ອາທິດຫລັງຈາກການສັກຄັ້ງທີ 1, ແລະ ການສັກ 2 ຄັ້ງແມ່ນສຳຄັນທີ່ສຸດ ເພື່ອເຮັດໃຫ້ເກີດມີປະສິດທິຜົນສູງສຸດ.

ໃນກໍລະນີທີ່ມີອາການແພ້ (ປະຕິກິລິຍາການແພ້ວັກຊີນຕະຫຼອດຊີວິດ) ຫຼັງຈາກການຮັບວັກຊີນຄັ້ງທີ 1, ຄວນບໍ່ຮັບວັກຊີນກັນພະຍາດຊະນິດດຽວກັນອີກ, ແລະ ຖ້າບໍ່ມີອາການແພ້ໃດໆ ສາມາດຮັບວັນຊີນຄັ້ງທີ 2 ໄດ້.

ພູມຕ້ານທານສາມາດຢູ່ໄດ້ເປັນເວລາຫລາຍເດືອນ ແຕ່ຍັງບໍ່ທັນຮູ້ໄລຍະເວລາຂອງພູມຕ້ານທານທີ່ແນ່ນອນ. ດັ່ງນັ້ນຈິ່ງມັນຈິ່ງເປັນສິ່ງສຳຄັນທີ່ຈະຕ້ອງສືບຕໍ່ປະຕິບັດມາດຕະການປ້ອງກັນ ເຊັ່ນ: ການໃສ່ໜ້າກາກ, ການລ້າງມືດ້ວຍສະບູເປັນປະຈຳ ແລະ ການຮັກສາໄລຍະຫ່າງໃນສະຖານທີ່ສາທາລະນະ. ການປະຕິບັດຂັ້ນຕອນເຫຼົ່ານີ້ແມ່ນເພື່ອປ້ອງກັນຕົວ ເອງ ແລະ ຄົນອື່ນໆ.

ວັກຊີນທີ່ມີຢູ່ ໄດ້ສະແດງໃຫ້ເຫັນເຖີງປະສິດທິພາບໃນການຫຼຸດຜ່ອນພະຍາດໂຄວິດ-19. ບໍ່ມີວັກຊີນຊະນິດໃດໆສາມາດປ້ອງກັນໄດ້ 100% ສະນັ້ນມາດຕະການອື່ນໆ - ລວມທັງການລ້າງມື, ການໃສ່ໜ້າກາກ ແລະ ການຮັກສາໄລຍະຫ່າງ ແມ່ນຕ້ອງປະຕິບັດເປັນປະຈຳ.

ການຮັບວັກຊີນກັນພະຍາດໂຄວິດ-19 ແມ່ນມີຄວາມສຳຄັນເປັນພິເສດ ສຳລັບຄົນທີ່ເປັນພະຍາດປະຈໍາຕົວ ເພາະຄົນທີ່ມີພະຍາດປະຈໍາຕົວ ມີຄວາມສ່ຽງສູງທີ່ຈະເປັນພະຍາດແບບຮຸນແຮງຈາກໂຄວິດ-19.

ຖ້າທ່ານມີອາການແພ້ຕໍ່ວັກຊີນໃດໆ, ຢາ ຫລື ຜະລິດຕະພັນທາງການແພດໃດໆໃນໄລຍະຜ່ານມາ, ຂໍໃຫ້ປຶກສາກັບແພດ ກ່ອນທີ່ຈະຮັບວັກຊີນກັນພະຍາດ.

ຖ້າພະຍາດໂຄວິດ-19 ຍັງແຜ່ລະບາດໃນທົ່ວໂລກ, ມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ໃຊ້ມາດຕະການປ້ອງກັນເຊັ່ນ: ປົກປິດປາກ ແລະ ດັງດ້ວຍໜ້າກາກ, ລ້າງມືຂອງທ່ານເລື້ອຍໆດ້ວຍສະບູ ແລະ ນ້ຳ, ຖ້າມີນໍ້າຢາລ້າງມືທີ່ມີສ່ວນປະສົມເຫຼົ້າກໍ່ເປັນການດີ, ແລະ ຢູ່ຫ່າງກັນຢ່າງ ໜ້ອຍ 1,5 ແມັດ ໃນສະຖານທີ່ສາທາລະນະ. ນອກຈາກນັ້ນ ຍັງມີຄວາມຈຳເປັນທີ່ຈະຫຼີກລ່ຽງບ່ອນທີ່ແອອັດ ແລະ ການລະບາຍອາກາດທີ່ບໍ່ຖ່າຍເທດີ. ຂັ້ນຕອນເຫຼົ່ານີ້ຈະຊ່ວຍຫຼຸດໂອກາດການແຜ່ລະບາດຂອງເຊື້ອພະຍາດເປັນຢ່າງດີ.

ຖ້າທ່ານມີຄຳຖາມ ຫຼື ຄວາມກັງວົນກ່ຽວກັບການຮັບຢາປ້ອງກັນພະຍາດ, ໃຫ້ປຶກສາກັບ ທ່ານໝໍ ຫຼື ໜ່ວຍງານສາທາລະນະສຸກ. ການຮັບວັກຊີນກັນພະຍາດຈະປອດໄພກວ່າ ຖ້າຕິດກັບພະຍາດຂຶ້ນມາ, ເຊິ່ງປະຈຸບັນການສ້າງພູມຕ້ານທານຈາກການຮັບວັກຊີນ ສາມາດປ້ອງກັນການເສຍຊີວິດໄດ້ຫຼາຍກວ່າ 2-3 ລ້ານຄົນໃນແຕ່ລະປີ.

ວັກຊີນກັນພະຍາດທີ່ປອດໄພ ແລະ ມີປະສິດທິຜົນ ເປັນເຄື່ອງມືທີ່ສຳຄັນຕໍ່ການສົມທົບກັບມາດຕະການອື່ນໆ - ເພື່ອປົກປ້ອງທຸກຄົນໃນການຕ້ານກັບພະຍາດໂຄວິດ-19 ແລະ ເປັນການຊ່ວຍຊີວິດຄົນໄດ້ອີກດ້ວຍ.

ລົມກັບ Lao-CoVaF

ສະບາຍດີ.
ຂ້ອຍຊື່ວ່າ Lao-CoVaF ຈະມາຊ່ວຍໃຫ້ຂໍ້ມູນທີ່ກ່ຽວຂ້ອງກັບວັກຊີນກັນພະຍາດໂຄວິດ-19 ໂດຍສະເພາະລັກສະນະ ແລະ ອາການຂ້າງຄຽງ ເພື່ອຊ່ວຍໃນການເຝົ້າລະວັງ ແລະ ຮັບຮູ້-ຕອບໂຕ້ກັບສະພາບອາການຂ້າງຄຽງຕ່າງໆ.
ສອບຖາມ