ກ່ຽວກັບ ລະບົບຂໍ້ມູນເພື່ອຊ່ວຍເຫຼືອປະຊາຊົນພາຍຫຼັງໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຢູ່ ສປປ ລາວ

ລະບົບຂໍ້ມູນເພື່ອຊ່ວຍເຫຼືອປະຊາຊົນພາຍຫຼັງໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຢູ່ ສປປ ລາວ (Lao-CoVaF) ຖຶກພັດທະນາຂຶ້ນໂດຍ ສູນສຸຂະພາບແມ່ ແລະ ເດັກ, ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ໂດຍໄດ້ຮັບການຊ່ວຍເຫຼືອລ້າຈາກ ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມລິກາ (USCDC) ແລະ ຄຸ້ມຄອງບໍລິຫານລະບົບໂດຍ ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ, ເພື່ອຊ່ວຍເຫຼືອປະຊາຊົນ ພາຍຫຼັງໄດ້ຮັບວັກຊີນກັນພະຍາດໂຄວິດ-19 ໃນການສະໜອງຂໍ້ມູນທີ່ກ່ຽວຂ້ອງກັບວັກຊີນກັນພະຍາດໂຄວິດ-19, ໂດຍສະເພາະ ເພື່ອຕິດຕາມ, ລາຍງານ ແລະ ໂຕ້ຕອບ ຕໍ່ອາການຂ້າງຄຽງທີ່ອາດເກີດຂື້ນ ໄດ້ຢ່າງທັນເວລາ.

1. ການສອບຖາມ-ລາຍງານ ລັກສະນະ ແລະ ອາການຂ້າງຄຽງທີ່ອາດເກີດຂື້ນນຳປະຊາຊົນ ພາຍຫຼັງໄດ້ຮັບວັກຊີນກັນພະຍາດໂຄວິດ-19.

2. ການກວດກາ ລັກສະນະ ແລະ ອາການຂ້າງຄຽງ ພາຍຫຼັງໄດ້ຮັບວັກຊີນກັນພະຍາດໂຄວິດ-19 ດ້ວຍໂຕເອງ; ການກວດການີ້ ຈະເຮັດໃຫ້ຜູ້ທີ່ໄດ້ຮັບວັກຊີນສາມາດຮູ້ໄດ້ ລັກສະນະ ແລະ ອາການຂ້າງຄຽງ ທີ່ອາດເກີດຂື້ນ ພາຍຫຼັງໄດ້ຮັບວັກຊີນວ່າ ແມ່ນອາການເບົາບາງ, ປານກາງ ຫຼື ຮ້າຍແຮງ ທີ່ອາດຈະເກີດຂຶ້ນ ເພື່ອໃຫ້ສາມາດປະຕິບັດມາດຕະການປິ່ນປົວໄດ້ຢ່າງຖຶກຕ້ອງ ແລະ ທັນເວລາ.

3. ສະໜອງຂໍ້ມູນຕ່າງໆທີ່ກ່ຽວຂ້ອງກັບການໃຫ້ ຫຼື ໄດ້ຮັບວັກຊີນກັນພະຍາດໂຄວິດ-19 ເຊັ່ນ: ຂໍ້ມູນການປະຕິບັດຕົນ, ການດໍາລົງຊີວິດພາຍຫຼັງໄດ້ຮັບວັກຊີນ, ການຫຼຸດຜ່ອນອາການຂ້າງຄຽງ, ການແລກປ່ຽນປະສົບການກັບຄົນອື່ນ ທີ່ໄດ້ຮັບວັກຊີນ.

4. ການແຈ້ງເຕືອນລ່ວງໜ້າຕ່າງໆ; ການແຈ້ງເຕືອນການກວດກາ, ລາຍງານ ລັກສະນະ ແລະ ອາການຂ້າງຄຽງຂອງຜູ້ທີ່ໄດ້ຮັບວັກຊີນ (ຜູ້ທີ່ລົງທະບຽນ ແລະ ສະມາຊິກຄອບຄົວທີ່ຮ່ວມລົງທະບຽນ), ການແຈ້ງເຕືອນລ່ວງໜ້າກ່ຽວກັບ ວັນ ເວລາ ທີ່ຈະໄປຮັບວັກຊີນໂດສທີ 2.



ລົມກັບ Lao-CoVaF

ສະບາຍດີ.
ຂ້ອຍຊື່ວ່າ Lao-CoVaF ຈະມາຊ່ວຍໃຫ້ຂໍ້ມູນທີ່ກ່ຽວຂ້ອງກັບວັກຊີນກັນພະຍາດໂຄວິດ-19 ໂດຍສະເພາະລັກສະນະ ແລະ ອາການຂ້າງຄຽງ ເພື່ອຊ່ວຍໃນການເຝົ້າລະວັງ ແລະ ຮັບຮູ້-ຕອບໂຕ້ກັບສະພາບອາການຂ້າງຄຽງຕ່າງໆ.
ສອບຖາມ