ສປປ ລາວ ໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຈາກ ສປ ຈີນ 1 ລ້ານໂດສ
ວັກຊີນປ້ອງກັນໂຄວິດ-19 (ວັກຊີນຊີໂນຟາມ) ຄັ້ງທີ 5 ຈຳນວນ 1,000,000 ໂດສ ພ້ອມເຂັມສັກຢາ ທີ່ລັດຖະບານ ສປ ຈີນໄດ້ໃຫ້ການຊວ່ຍເຫຼືອແກ່ ລັດຖະບານ ສປປ ລາວ ໄດ້ນໍາມາຮອດສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນແລ້ວ ເມື່ອວັນທີ 7 ສິງຫາ 2021 ນີ້, ຕາງໜ້າຝ່າຍລາວຮັບໂດຍທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະຕາງໜ້າສະຖານທູດຈີນປະຈໍາລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ວັກຊີນປ້ອງກັນໂຄວິດ-19 ຈໍານວນ 1,000,000 ໂດສ ທີ່ ສປ ຈີນຊ່ວຍເຫຼືອ ສປປ ລາວ ໃນຄັ້ງນີ້ ແມ່ນເພື່ອປະກອບສ່ວນໃນການຄວບຄຸມ, ປ້ອງກັນ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນປະເທດລາວ ແລະປະກອບສ່ວນເຂົ້າໃນເປົ້າໝາຍຂອງລັດຖະບານລາວທີ່ຈະສັກວັກຊີນປ້ອງກັນໂຄວິດ-19 ໃຫ້ກັບປະຊາກອນໃຫ້ໄດ້ 50% ໃນປີ 2021 ນີ້.
ຕາມຂໍ້ມູນໃຫ້ຮູ້ວ່າ: ສປ ຈີນໄດ້ໃຫ້ການຊ່ວຍເຫຼືອສະເພາະວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ ສປປ ລາວ ເປັນຈໍານວນ 5 ຄັ້ງ ນັບແຕ່ຕົ້ນເດືອນກຸມພາ 2021 ເປັນຕົ້ນມາ. ຄັ້ງທໍາອິດແມ່ນ 300,000 ໂດສ, ຄັ້ງທີ 2 ແມ່ນ 800,000, ໂດສ, ຄັ້ງທີ 3 ແມ່ນ 300,000 ໂດສ, ຄັ້ງທີ 4 ແມ່ນ 500,000 ໂດສ ແລະຄັ້ງນີ້ ແມ່ນ 1,000,000 ໂດສ ເຊິ່ງລວມທັງໝົດລັດຖະບານຈີນຊ່ວຍເຫຼືອວັກຊີນໃຫ້ແກ່ ລັດຖະບານ ສປປ ລາວ ເກືອບ 3.000.000 ໂດສ. ຂ່າວແຈ້ງອີກວ່າ ວັກຊີນໃນຄັ້ງນີ້ຍັງຈະມີການມອບຮັບຢ່າງເປັນທາງການອີກເທື່ອໜຶ່ງ.
ໃນປັດຈຸບັນນີ້, ລວມວັກຊີນທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ ແລະລວມທັງການຊ່ວຍເຫຼືອຈາກຕ່າງປະເທດ, ສປປ ລາວ ມີວັກຊີນທັງໝົດ 5,2 ລ້ານ ກວ່າໂດສ ເຊິ່ງໄລຍະຜ່ານມາ ເຖິງປັດຈຸບັນ ລັດຖະບານລາວໄດ້ສັກໃຫ້ກັບປະຊາກອນໄດ້ເຖິງ 1,1 ລ້ານກວ່າຄົນ ແລະຈະສືບຕໍ່ສັກໃຫ້ກັບປະຊາກອນໃຫ້ໄດ້ 50% ຂອງປະຊາກອນ ຫຼືປະມານ 3,5 ລ້ານຄົນ.